timer
remove_red_eye 5,262 views
ໃນຊ່ວງໄລຍະຫຼັງປີ 2018 ມານີ້ຂ້າພະເຈົ້າເຫັນການເຕີບໂຕຂອງທຸລະກິດຂອງນັກທຸລະກິດໄວໜຸ່ມຫຼາຍແຫ່ງ ໂດຍສະເພາະທຸລະກິດທີ່ນຳໃຊ້ແອັບເຂົ້າມາຊ່ວຍໃນການດຳເນີນທຸລະກິດ ແຕ່ໃນບົດຄວາມນີ້ຂ້າພະເຈົ້າຢາກວິເຄາະຈະເຈາະຈົງໄປທີ່ທຸລະກິດທີ່ຫຼາຍຄົນພະຍາຍາມຈະລິເລີ່ມເຮັດຄືການສ້າງທຸລະກິດທີ່ເປັນ Marketplace ຫຼື eCommerce ໂດຍການພັດທະນາແອັບຂຶ້ນມາເປັນໂຕກາງ ເຊິ່ງສ່ວນໃຫຍ່ເຫັນຕົວຢ່າງໃນຕ່າງປະເທດແລ້ວພະຍາຍາມຈະນຳເອົາ Business Model ເຫຼົ່ານັ້ນມາໃຊ້ໃນລາວ
ການວິເຄາະວ່າທຸລະກິດໃດໜຶ່ງຈະປະສົບຜົນສຳເລັດນັ້ນ ແນ່ນອນປັດໃຈຈຸລະພາກມີສ່ວນສຳຄັນວ່າທຸລະກິດຈະສຳເລັດຫຼືບໍ່ ແຕ່ສຳຄັນກວ່າຄືເສດຖະກິດມະຫາພາກນັ້ນມັນພ້ອມທີ່ຈະເປັນໃຈໃຫ້ບໍ່
ຖ້າເວົ້າເຖິງທຸລະກິດ Marketplace ທີ່ສຳເລັດໃນກຸ່ມປະເທດອາຊຽນກໍ່ມີພຽງປະເທດ Malaysia, Thailand, Indonesia ຕົວຢ່າງເຊັ່ນ Shoppee ຈາກປະເທດສິງກະໂປ, Lazada ຈາກປະເທດຈີນ, Tokopedia ຈາກປະເທດອິນໂດນິເຊຍ ເຊິ່ງລ້ວນແຕ່ເປັນປະເທດທີ່ມີປະຊາກອນເກີນ 50 ລ້ານຄົນທັງນັ້ນ
ໃນຂະນະທີ່ປະເທດລາວມີປະຊາກອນຢູ່ທີ່ 7,447,396 ຄົນ ໃນປີ 2020 ລາຍໄດ້ຂອງປະຊາກອນຕໍ່ຫົວຢູ່ທີ່ $2,670/ຄົນ ມີຄົນເຂົ້າເຖິງອິນເຕີເນັດປະມານ 3,1 ລ້ານຄົນ, ເສດຖະກິດປະເທດລາວ 73% ມາຈາກພາກກະສິກຳ ເຊິ່ງສ່ວນໃຫຍ່ຍັງຄົງເຮັດແບບດັ່ງເດີມບໍ່ໄດ້ໃຊ້ເຕັກໂນໂລຢີເຂົ້າມາເຕັມທີ່ເທື່ອ
ແລ້ວທ່ານຄິດວ່າມີຄວາມເປັນໄປໄດ້ບໍ່ໃນການຈະສ້າງແອັບ Marketplace ໃນປະເທດລາວ? ຂ້ອຍເລີຍຄິດວ່າຍັງຍາກຫຼາຍທີ່ທຸລະກິດເຫຼົ່ານີ້ຈະປະສົບຜົນສຳເລັດ ຖ້າເບິ່ງປະເທດສິງກະໂປທີ່ປະຊາກອນໃກ້ຄຽງເຮົາແຕ່ເຂົາມີທຸລະກິດແບບນີ້ໄດ້ກໍ່ເພາະຕະຫຼາດທຶນເຂົາພັດທະນາໄປໄກແລ້ວ ສິງກະໂປມີໂຄງສ້າງກົດໝາຍ ແລະ ການເງິນທີ່ໄດ້ຮັບຄວາມວາງໃຈຈາກນັກລົງທຶນ ບໍລິສັດເຕັກໂນໂລຢີໃຫຍ່ສ່ວນໃຫຍ່ມັກຈະມາເປີດສຳນັກງານໃຫຍ່ໃນສິງກະໂປເຊັ່ນ Google, Facebook
ຍັງບໍ່ເວົ້າເຖິງການທີ່ຄົນລາວຄຸ້ນເຄີຍກັບການໃຊ້ Facebook ແລະ Instagram ເປັນຊ່ອງທາງໃນການຂາຍສິນຄ້າເປັນຫຼັກໄປແລ້ວ ການຈະມາແທນທີ່ພຶດຕິກຳນີ້ຄົງບໍ່ແມ່ນເລື່ອງງ່າຍ
ແລ້ວທຸລະກິດ Marketplace ທີ່ປະສົບຜົນສຳເລັດໃນຄວາມໝາຍທີ່ວ່າກັນກໍ່ສຳເລັດໃນແງ່ການສ້າງຖານລູກຄ້າ ແຕ່ລາຍຮັບຍັງຄົງຂາດທຶນກັນທຸກເຈົ້າ
ເຖິງຢ່າງໃດຂ້າພະເຈົ້າໃຫ້ຄຳແນະນຳວ່າ ມີອີກວິທີໜຶ່ງກໍ່ຄືໃຫ້ທຸລະກິດ Marketplace ເປັນພຽງທຸລະກິດຍ່ອຍທີ່ຊ່ວຍເສີມໃຫ້ທຸລະກິດຫຼັກຂອງບໍລິສັດອາດຈະຊ່ວຍໄດ້ ເຊິ່ງຈະເຮັດໃຫ້ບໍ່ຈຳເປັນຕ້ອງລົງທຶນຫຼາຍ ແຕ່ພຽງໃຊ້ລະບົບການຈັດການສິນຄ້າຕ່າງໆເຂົ້າມາຊ່ວຍ ໂດຍສະເພາະບໍລິສັດທີ່ນຳເຂົ້າສົ່ງອອກສິນຄ້າອາດຈະສາມາດນຳໃຊ້ແອັບເຫຼົ່ານີ້ມາເພີ່ມຊ່ອງທາງການຈັດຈຳໜ່າຍໄດ້ ເຊິ່ງອາດຈະຕ້ອງເບິ່ງໃນເລື່ອງການຂົນສົ່ງເພີ່ມເຕີມນຳອີກ
ເອກກະສິດ ວິລະດາ
ອ້າງອີງຂໍ້ມູນ:
Ref: https://www.statista.com/statistics/647645/southeast-asia-ecommerce-market-size-country/
https://aseanup.com/overview-of-e-commerce-in-southeast-asia/
Laos Economy: https://en.wikipedia.org/wiki/Economy_of_Laos
Share on your timeline:
Popular article:
ບົດສຳພາດ ທ່ານ ອານັນ ທອງສະຫວັດ ເຈົ້າຂອງໂຮງງານຜະລິດກະແລ້ມ ບ້ານບ້ານ
timer
ບົດສຳພາດ ທ່ານ ນ ຈັນອາພອນ ແສນກັນຍາ ເຈົ້າຂອງຮ້ານອາຫານ ໂຣແມນຕິກ ຊີຕີ້ Romantic city
timer
ບົດສຳພາດ ທ່ານ ວິຊາທອນ ໂງ່ນວໍຣະຣາດ ຜູ້ບໍລິຫານ ອິນຊາຍ ບໍລິການ In sign Service
timer
ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ
timer
ເປັນຫຍັງນັກສຶກສາຈົບໃໝ່ Start ເງິນເດືອນບໍ່ເທົ່າກັນ
timer