5 ວິທີພັດທະນາຕົນເອງໃຫ້ເຮັດວຽກແບບມືອາຊີບ

timer

remove_red_eye 3,058 views


cvConnect.la - 5 ວິທີພັດທະນາຕົນເອງໃຫ້ເຮັດວຽກແບບມືອາຊີບ

      ໃນປັດຈຸບັນ, ນອກຈາກການແຂ່ງຂັນພາຍໃນອົງກອນ ຫຼື ບໍລິສັດຕ່າງໆກໍມີຫຼາຍຂຶ້ນ ຖ້າຫາກເຈົ້າບໍ່ມີຄວາມກະຕືລືລົ້ນໃນການເຮັດວຽກ ຫຼືບໍ່ບໍ່ສ້າງຄຸນຄ່າໃຫ້ຕົນເອງ ເຈົ້າກໍຈະກາຍເປັນພະນັກງານກິນເງິນເດືອນຄົນໜຶ່ງທີ່ບໍ່ມີຄວາມພິເສດຫຍັງເລີຍ ແຕ່ຖ້າຫາກເຈົ້າມີຄວາມຕັ້ງໃຈທີ່ຈະພັດທະນາຕົນເອງ ພະຍາຍາມຮຽນຮູ້ສິ່ງໃໝ່ໆຕະຫຼອດ ເຈົ້າຈະກາຍເປັນບຸກຄະລາກອນທີ່ອົງກອນຕ້ອງການຫຼາຍ ແລະ ນີ້ແມ່ນ 5 ວິທີພັດທະນາຕົນເອງໃຫ້ເຮັດວຽກແບບມືອາຊີບ.

 

1. ບໍ່ເລືອກວຽກ ແລະ ບໍ່ທໍ້ຖອຍຕໍ່ອຸປະສັກໃນການເຮັດວຽກ

          ບໍ່ຢາກເຮັດວຽກຢູ່ໄກ ແລະ ບໍ່ຢາກອອກໄປເຮັດວຽກຂ້າງນອກ, ບໍ່ຢາກຕື່ນເຊົ້າ, ເຮັດວຽກບໍ່ທັນ ແຕ່ບໍ່ຢາກເຮັດວຽກລ່ວງເວລາ ປະໂຫຍກເຫຼົ່ານີ້ເປັນປະໂຫຍກຍອດນິຍົມຂອງຄົນເຮັດວຽກທຸກເພດທຸກໄວ ເຊິ່ງກໍ່ບໍ່ແມ່ນເລື່ອງຜິດ ຫຼື ເປັນເລື່ອງແປກ ແຕ່ຖ້າທຸກຄົນໃນບໍລິສັດມີຄວາມຄິດແບບນີ້ໄປໝົດທຸກຄົນ ທ່ານລອງຄິດວ່າເບິ່ງວ່າມັນຈະສົ່ງຜົນສະທ້ອນຕໍ່ບໍລິສັດຫຼາຍໜ້ອຍພຽງໃດ ຖ້າຫາກທ່ານຫວັງແຕ່ວ່າຢາກເຮັດວຽກງ່າຍ ແລະ ສະບາຍ ເຮົາຢາກໃຫ້ກັບໄປຄິດອີກເທື່ອວ່າ ບໍ່ມີວຽກໃດທີ່ຈະສະບາຍ ວຽກທຸກວຽກລ້ວນແຕ່ອາໄສຄວາມພະຍາຍາມ ແລະ ຄວາມຕັ້ງໃຈທັງນັ້ນ ທ່ານບໍ່ຄວນຈະເລືອກວຽກ ຫຼື ປະໜ້າທີ່ຮັບຜິດຊອບຂອງຕົນເອງໃຫ້ຜູ້ອື່ນ ບໍ່ວ່າວຽກຈະນ້ອຍ ຫຼື ໃຫຍ່ ທ່ານກໍ່ຄວນຈະຍິນດີກັບວຽກນັ້ນ ຈົ່ງຄິດວ່າ ບໍ່ວ່າທ່ານຈະໄດ້ຮັບມອບໝາຍໃຫ້ເຮັດວຽກແບບໃດກໍ່ຕາມ ສະແດງວ່າທາງຫົວໜ້າໄດ້ມອບຄວາມໄວ້ວາງໃຈໃຫ້ກັບທ່ານ ແລະ ເຫັນຕາມຄວາມເໝາະສົມແລ້ວ ຂໍແຕ່ທ່ານໄດ້ລອງລົງມືເຮັດກໍ່ຖືວ່າເປັນປະສົບການທີ່ທ່ານໄດ້ຮຽນຮູ້ເພີ່ມຕື່ມຈາກວຽກທີ່ທ່ານເຄີຍເຮັດຜ່ານມາ ການໄດ້ເຮັດວຽກທີ່ຫຼາກຫຼາຍ ຈະຊ່ວຍໃນການເປີດໂລກໃນການເຮັດວຽກ ສ້າງຄວາມສໍາພັນກັບເພື່ອນຮ່ວມງານ ລວມເຖິງຕົວທ່ານເອງທີ່ສາມາດເບິ່ງເຫັນໍ່ອງທາງເພື່ອຈະປະສົບຜົນສໍາເລັດໃນອະນາຄົດອີກດ້ວຍ.

 

2. ຮູ້ຈັກຈັດສິນ ແລະ ຕົງຕໍ່ເວລາ

          ເວລາເປັນເປັນສິ່ງທີ່ມີຄ່າທີ່ສູດ ບໍ່ວ່າທ່ານຈະດໍາເນີນຊີວິດໄປໃນທິດທາງໃດກໍ່ຕາມ ເວລາເປັນສິ່ງທີ່ສໍາຄັນໃນໜຶ່ງນາທີ ຫຼື ໜຶ່ງວັນທ່ານສາມາດສ້າງຜົນງານໄດ້ຫຼາກຫຼາຍ ພຽງແຕ່ບໍ່ປ່ອຍເວລາໃຫ້ລະເລີຍໂດຍບໍ່ມີປະໂຫຍດ  ໃນການເຮັດວຽກກໍ່ເຊັ່ນດຽວກັນບາງເທື່ອທ່ານອາດຕ້ອງໄດ້ເຮັດຫຍັງຫຼາຍໆຢ່າງໃນເວລາດຽວກັນ ຄົນເຮັດຫຼາຍຄົນອາດຄິດວ່າວຽກຫຼາຍເກີນກວ່າທີ່ຈະເຮັດໃຫ້ແລ້ວພາຍໃນມື້ດຽວ ຫຼື ວຽກທີ່ກໍາລັງເຮັດຢູ່ນັ້ນອາດຈະຕ້ອງຢືດອອກໄປ ເພາະຍັງບໍ່ມີກໍານົດແລ້ວເທື່ອ ເຖິງຢ່າງໃດກໍ່ຕາມຂ້າພະເຈົ້າເຊື່ອວ່າ ຖ້າຮູ້ຈັກວາງແຜນ ແລະ ມີການຈັດສັນເວລາຢ່າງເໝາະສົມ ທ່ານຈະສາມາດຈັດການກັບວຽກທຸກຢ່າງໃຫ້ແລ້ວຕາມທີ່ໄດ້ກໍານົດໄວ້ ຖ້າຫາກວຽກທີ່ທ່ານໄດ້ຮັບມອບໝາຍມານັ້ນ ມີແນວໂນ້ມວ່າຈະໃຊ້ເວລາຈໍານວນຫຼາຍໃນການປະຕິບັດ ທ່ານກໍ່ຄວນຈະລົງມືເຮັດຕັ້ງແຕ່ເວລາຕົ້ນໆ ແລະ ຖ້າວຽກນັ້ນສໍາເລັດກ່ອນເວລາທີ່ກໍານົດ ທ່ານຍັງສາມາດໃຊ້ເວລາທີ່ເຫຼືອເພື່ອກວດຫາຂໍ້ຜິດພາດໄດ້ອີກ ນອກຈາກນີ້ການຈັດລໍາດັບຄວາມສໍາຄັນຂອງວຽກທີ່ຈະຕ້ອງເຮັດ ວ່າອັນໃດຄວນເຮັດກ່ອນ ຫຼື ຫຼັງຈະເຮັດໃຫ້ການເຮັດວຽກງ່າຍຂຶ້ນ ທ່ານສາມາດເຮັດວຽກຕາມຂະບວນການທີ່ທ່ານໄດ້ວາງແຜນໄວ້ ແລະ ຍັງຊ່ວຍຫຼຸດຜ່ອນຄວາມສັບສົນ ແລະຜິດພາດທີ່ອາດຈະເກີດຂຶ້ນໃນລະຫວ່າງການເຮັດວຽກເຊັ່ນກັນ ສິ່ງອື່ນທີ່ສໍາຄັນນອກເຫນືອຈາກການຈັດສັນນັ້ນກໍ່ຄືການຕົງຕໍ່ເວລາ ຖ້າທ່ານເປັນຄົນທີ່ມັກເຮັດວຽກທີ່ສະບາຍ ແນ່ນອນວ່າທ່ານຕ້ອງໄດ້ຮັບການເອົາໃຈໃສ່ຈາກຜູ້ໃຫຍ່ ແລະ ໃນຂະນະທີ່ເພື່ອນຮ່ວມງານອື່ນໆ ໄດ້ເຮັດວຽກໄປໄລຍະໜຶ່ງແລ້ວ ທ່ານອາດຈະຕ້ອງມາເຮັດວຽກໃນພາຍຫລັງ ແລະ ສໍາເລັດຊ້າກວ່າເພື່ອນຮ່ວມງານອື່ນໆ. ນອກຈາກທ່ານຕ້ອງພະຍາຍາມໃຫ້ທັນເວລາເຂົ້າວຽກແລ້ວ ການສົ່ງວຽກຕົງຕໍ່ເວລາກໍ່ເປັນອີກສິ່ງໜຶ່ງທີ່ເຮັດໃຫ້ທ່ານເບິ່ງເປັນມືອາຊີບຫຼາຍຂຶ້ນ.

 

3. ຊື່ສັດຕໍ່ອົງກອນ ແລະ  ມີຄວາມຮັບຜິດຊອບຕໍ່ໜ້າທີ່ທີ່ໄດ້ຮັບການມອບໝາຍ

          ໃນແຕ່ລະອົງກອນຈະມີການແບ່ງພະແນກ ແລະ ໜ້າທີ່ຮັບຜິດຊອບວຽກທີ່ແຕກຕ່າງກັນ ບາງເທື່ອທ່ານອາດຈະເຫັນເພື່ອນຮ່ວມງານພະແນກອື່ນທີ່ໄດ້ເຮັດວຽກງ່າຍກວ່າ, ມີຄວາມສັບສົນໜ້ອຍກວ່າ ຫຼື ທ່ານອາດຄິດວ່າວຽກທີ່ທ່ານກໍາລັງເຮັດຢູ່ນັ້ນເປັນວຽກທີ່ຫລຽບງ່າຍ ແລະ ຕ້ອງເຮັດໄປວົນມາແບບນີ້ທຸກມື້ບໍ່ຄ່ອຍມີການປ່ຽນແປງ ໃຫ້ທ່ານຄິດວ່າ ບໍ່ວ່າໜ້າທີ່ໃດກໍ່່ຕາມທີ່ຕົນເອງໄດ້ຮັບມອບໝາຍກໍ່ຈົ່ງປະຕິບັດມັນຢ່າງເຕັມທີ່ ແລະ ຊື່ສັດກັບວຽກໃຫ້ຫຼາຍທີ່ສຸດ ສິ່ງສໍາຄັນໃນການເຮັດວຽກໃຫ້ເປັນມືອາຊີບແມ່ນການພະຍາຍາມໃຫ້ຄວາມຜິດພາດໜ້ອຍທີ່ສຸດ ຫຼື ບໍ່ໃຫ້ມີເລີຍຍິ່ງເປັນການດີ.

 

4. ຮັບຟັງຄວາມຄິດເຫັນຂອງຜູ້ອື່ນ ແລະ ຮູ້ຈັກສະແດງຄວາມຄິດເຫັນຕໍ່ສາທາລະນະ

          ທັກສະການສື່ສານ ຖືເປັນທັກສະທີ່ສໍາຄັນທີ່ຈະເພີ່ມປະສິດທິພາບໃນການເຮັດວຽກ ຫຼາຍຄົນເປັນຜູ້ເວົ້າທີ່ດີ ແຕ່ບໍ່ໄດ້ຮັບຟັງຜູ້ອື່່ນ ແລະ ກໍ່ມີບາງຄົນທີ່ມັກຈະຮັບຄວາມຄິດເຫັນຈາກຜູ້ອື່ນແຕ່ຝ່າຍດຽວ ແຕ່ບໍ່ກ້າສະແດງຄວາມຄິດເຫັນຂອງຕົນເອງອອກມາ ຖ້າທ່ານລອງສັງເກດສິ່ງອ້ອມຂ້າງ ແລະ ສື່ຕ່າງໆ ຄົນທີ່ມັັກປະສົບຜົນສໍໍາເລັດໃນໜ້າທີ່ການງານນັ້ນມັກຈະມີບຸກຄະລິກກະພາບທີ່ດີ ມີຄວາມມຸ່ງໝັ້ນ ໝັ້ນໃຈ ກ້າສະແດງອອກ ແລະ ມີການພົວພັນທີ່ດີກັບຄົົນອ້ອມຂ້າງ ຖ້າທ່ານຢາກເຮັດວຽກແບບມືອາຊີບ

 

5. ສ້າງຄຸນຄ່າໃຫ້ກັບຕົນເອງໂດຍໝັ່ນພັດທະນາຕົນເອງຢູ່ສະເໝີ

          ໃນປັດຈຸບັນນອກຈາກການແຂ່ງຂັນທາງທຸລະກິດ ການແຂ່ງຂັນກັນພາຍໃນອົງກອນ ຫຼື ບໍລິສັດຕ່າງໆກໍມີຫຼາຍຂຶ້ນນໍາ ຖ້າຫາກເຈົ້າບໍ່ມີຄວາມກະຕືລືລົ້ນໃນການເຮັດວຽກ ຫຼື ບໍ່ສ້າງຄຸນຄ່າໃຫ້ກັບຕົນເອງ ເຈົ້າກໍຈະກາຍເປັນພະນັກງານກິນເງິນເດືອນຄົນໜຶ່ງທີ່ບໍ່ພິເສດຫຍັງເລີຍ ແຕ່ຖ້າເຈົ້າມີຄວາມຕັ້ງໃຈທີ່ຈະພັດທະນາຕົນເອງ ພະຍາຍາມຮຽນຮູ້ສິ່ງໃໝ່ທຕະຫຼອດ ເຈົ້າກໍຈະກາຍເປັນບຸກຄະລາກອນທີ່ອົງກອນຕ້ອງການຫູາຍທີ່ສຸດ ຍິ່ງໃນສະພາບແວດລ້ອມມີການປ່ຽນແປງເກືອບຈະຕະຫຼອດເວລາ ເຈົ້າບໍຮູ້ດອກ ວ່າຈະຖືກເລື່ອນຕໍາແໜ່ງຕອນໃດ ອາດຈະເປັນໃຮໄລຍະເວລາອັນໃກ້ໆກໍເປັນເປັນໄດ້ ການທີ່ພະຍາຍາມພັດທະນາທັກສະໃນການເຮັດວຽກຢ່າງສະໝໍ່າສະເໝີ ແລະ ບໍ່ຢຸດຢູ່ກັບທີ່ ສິ່ງນີ້ຈະເຮັດໃຫ້ເຈົ້າກ້າວໄປຂ້າງໜ້າໄດ້ຢ່າງວ່ອງໄວ ເພາະການເຮັດວຽກແບບມືອາຊີບນັ້ນ ບໍ່ໄດ້ອາໄສພຽງແຕ່ຢູ່ທົນຢູ່ດົນ ພຽງຢ່າງດຽວ ແຕ່ຕ້ອງຮູ້ຈັກປັບຕົວ ແລະ ບໍ່ຍຶດຕິດກັບຂະບວນການເກົ່າໆ ແລະ ການເຮັດວຽກແບບມືອາຊີບນັ້ນ ຄືຕ້ອງເຮັດວຽກໄດ້ທຸກຮູບແບບ ຮູ້ຈັກວາງແຜນ ແລະ ກໍານົດວິທີການແກ້ໄຂເມື່ອເກີດບັນຫາໄດ້ຢ່າງທັນທີ ແລະ ສາມາດປັບຕົວໄປຕາມສະຖານະການຕ່າງໆໄດ້ ເພາະນີ້ແມ່ນສິ່ງສໍາຄັນສໍາລັບການເຮັດວຽກໃຫ້ເປັນມືອາຊີບ ຖ້າຫາກເຈົ້າຮູ້ຈັກພັດທະນາຕົນເອງໃຫ້ມີຄວາມສຸກຄວາມສາມາດແລ້ວນັ້ນ ຜົນຕອບຮັບທີ່ອອກມາກໍຈະສົມບູນແບບ ແລະ ສົ່ງເສີມໃຫ້ວຽກທີ່ເຈົ້າຮັບຜິດຊອບມີຄວາມໝາຍຕໍ່ອົງກອນທີ່ສຸດ.

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....