ບົດສຳພາດ ທ່ານ ອິນທີ ເດືອນສະຫວັນ ຜຸ້ອຳນວຍການ ບໍລິສັດ ອິນທິລາ ກຣຸບ

timer

remove_red_eye 0 views


cvConnect.la - ບົດສຳພາດ ທ່ານ ອິນທີ ເດືອນສະຫວັນ ຜຸ້ອຳນວຍການ ບໍລິສັດ ອິນທິລາ ກຣຸບ

ມື້ນີ້ທີມງານຊີວີຄອນເນັກ ໄດ້ມີໂອກາດສຳພາດທ່ານ ອິນທີ ເດືອນສະຫວັນ ນັກທຸລະກິດເຈົ້າຂອງກິດຈະການທີ່ມີຊື່ສຽງຫຼາຍແຫ່ງໃນລາວ ເຮັດທຸຸລະກິດດ້ານການບໍລິການໂດຍສະເພາະນັກທ່ອງທ່ຽວຕ່າງປະເທດ ເຊິ່ງປັດຈຸບັນ ບໍລິສັດ ອິນທິຣາ ກຣຸບມີທຸລະກິດໃນເຄືອຫຼາຍກວ່າ 5 ແຫ່ງ ກົນລະຍຸດຫຍັງທີ່ເຮັດໃຫ້ທຸລະກິດສາມາດຂະຫຍາຍໄດ້ໝັ້ນຄົງ ແລະ ມາຍາວນານຈົນຮອດປັດຈຸບັນ

CVCONNECT: ບໍລິສັດເລີ່ມຕົ້ນຈາກຮ້ານອາຫານຂອບໃຈເດີ  ຫຼັງຈາກເປີດຮ້ານຂອບໃຈເດີ້ ມາໄດ້ 2 ປີ ໄດ້ມີການພັດທະນາກິດຈະການຢູ່ວັງວຽງໂດຍເລີ່ມຈາກບໍລິສັດທ່ອງທ່ຽວ ຊື່ Green Discovery ຫຼັງນັ້ນໄດ້ເປີດບໍລິການໂຮງແຮມ ຊື່ວ່າ ບ້ານສະບາຍ ແລະ ໄດ້ມີການຂະຫຍາຍບໍລິສັດທ່ອງທ່ຽວໃນແຕ່ລະແຂວງ ປັດຈຸບັນມີ 9 ສາຂາລວມທັງໃນນະຄອນຫຼວງ ແລະ ໄດ້ມີການຕັ້ງໂຮງແຮມຂຶ້ນໃສ່ຊື່ວ່າ ໂຮງແຮມອິນທິຣາ  ຢູ່ຄຳມ່ວນ ,ວັງວຽງ ຈຳປາສັກ ແຕ່ປັດຈຸບັນຢູ່ຈຳປາສັກແມ່ນໄດ້ໃຫ້ຜູ້ອື່ນເປັນຜູ້ຈັດການແທນ ແລະຢູ່ໃນເຄື່ອຄ່າຍການທອງທ່ຽວໄດ້ມີການພັດທະນາແຫຼ່ງທ່ອງທ່ຽວຫຼາຍໆບ່ອນ ເຊິ່ງມີບ່ອນທ່ອງທ່ຽວຢູ່ປາກຊ່ອງ, ຄຳມ່ວນ ແລະ ວັງວຽງ. ບັນດາແຫຼ່ງທ່ອງທ່ຽວເຫຼົ່ານີ້ ໄດ້ມີການຈັດກິດຈະກຳເຊັ່ນ : ລອງເຮືອ, ຍ່າງສຳຫຼວດປ່າ , ຂີ່ລົດຖີບ ເຊິ່ງມີການຮ່ວມມືກັບຊຸມຊົນ ໃນແຕ່ລະເຂດ ເປົ້າໝາຍເພື່ອພັດທະນາແຫຼ່ງທ່ອງທ່ຽວ  ແລະ ຊຸມຊົນພ້ອມທັງຮັກສາສິ່ງແວດລ້ອມ.

     ນັບແຕ່ເລີ່ມຕົ້ນເປີດບໍລິສັດມາຈົນຮອດປະຈຸບັນແມ່ນໄດ້ປະມານ 21 ປີ ແລະ ໃນເຄືອຄ່າຍການບໍລິຫານຂອງບໍລິສັດແມ່ນມີຮ້ານອາຫານຢູ່ 3ຮ້ານ, ມີໂຮງແຮມຢູ່ 2  ແຫ່ງ ຢູ່ວັງວຽງແລະຄຳມ່ວນ ແລະ ບໍລິສັດ ທ່ອງທ່ຽວ  Green Discovery.

CVCONNECT: ເວົ້າເຖິງມຸມອງໃນການເຮັດທຸລະກິດປະເພດນີ້ມີຫຍັງແນ່?

ໃນການເຮັດທຸລະກິດ ກ່ອນອື່ນໝົດເຮົາຕ້ອງສຶກສາວ່າ ລູກຄ້າຂອງເຮົາແມ່ນກຸ່ມໃດສິ່ງນີ້ແມ່ນສິ່ງທີ່ສຳຄັນແລະສຶກສາພຶດຕິກຳຂອງເຂົາເຈົ້າວ່າ ລູກຄ້າກຸ່ມນີ້ຕ້ອງການຫຍັງ ເພື່ອສ້າງຄວາມພຶງພໍໃຈໃຫ້ລູກຄ້າ. ຍົກຕົວຢ່າງເຊັ່ນ ຮ້ານອາຫານ ຕ້ອງເບິ່ງວ່າລູກຄ້າກຸ່ມນີ້ ມັກອາຫານປະເພດໃດ, ມັກບັນຍາກາດແບບໃດ ເພື່ອປັບໃຊ້ໃຫ້ເໝາະສົມກັບຮ້ານຂອງເຮົາ ແລະ ແຫຼ່ງທ່ອງທ່ຽວທຳມະຊາດ ເຮົາກໍຈະເບິ່ງວ່າ ນັກທ່ອງທ່ຽວທີ່ຈະມາໃຊ້ບໍລິການແມ່ນ ກຸ່ມໃດ ,ອາຍຸເທົ່າໃດ ,  ມັກກິດຈະກຳປະເພດໃດ ພ້ອມກັນນັ້ນ ກໍຕ້ອງສ້າງເອກກະລັກທີ່ມີຄວາມແຕກຕ່າງຈາກບໍລິສັດອື່ນເພື່ອແຂ່ງຂັນກັບຄູ່ແຂ່ງໃຫ້ໄດ້.

CVCONNECT:  ແມ່ນຫຍັງເປັນຈຸດເດັ່ນ ແລະ ກຸ່ມລູກຄ້າແມ່ນກຸ່ມປະເພດໃດ?

ຈຸດເດັ່ນຂອງຮ້ານອາຫານ ແມ່ນ ຈະເນັ້ນສິ່ງທີ່ເປັນເອກກະລັກຂອງຮ້ານເພື່ອສ້າງເປົ້າໝາຍທີ່ຊັດເຈນຂອງກຸ່ມລູກຄ້າເຊັ່ນ ຮ້ານຂອບໃຈເດີ ເນັ້ນເປັນສະຖານທີ່ຂອງນັກທ່ອງທ່ຽວແລະຄົນໃນທ້ອງຖິ່ນສາມາດເຂົ້າມາໃຊ້ບໍລິການ, ບັນຍາກາດເປັນກັນເອງ, ອາຫານທີ່ມີຄຸນະພາບ ແລະ ລາຄາທີ່ເໝາະສົມ. ເວົ້າເຖິງຈຸດເດັ່ນຂອງການທ່ອງທ່ຽວ ຄືຈະມີຄວາມແຕກຕ່າງຈາກບໍລິສັດອື່ນ ດ້ານການທ່ອງທ່ຽວທຳມະຊາດເຊິ່ງເປັນບໍລິສັດທຳອິດທີ່ເຮັດທ່ອງທ່ຽວທຳມະຊາດແລະພະຈົນໄພ ເຊິ່ງເຮົາດຶງດູດລູກຄ້າດ້ວຍການສ້າງຄວາມແຕກຕ່າງ.

     ປັດຈຸບັນກຸ່ມລູກຄ້າທີ່ເຂົ້າມາໃຊ້ບໍລິການຈະແມ່ນກຸ່ມລູກຄ້າລະດັບປານກາງ ຫາ ສູງ ເນື່ອງຈາກລາຄາທີ່ເຮົາຕັ້ງໄວ້ ແມ່ນເໝາະສົມກັບການບໍລິການຂອງເຮົາ ແລະ ລູກຄ້າເອງກໍເພິ່ງພໍໃຈໃນລາຄາທີ່ເໝາະສົມກັບການບໍລິການຂອງເຮົາ

CVCONNECT:  ມີກົນລະຍຸດແນວໃດເຮັດໃຫ້ບໍລິສັດປະສົບຜົນສຳເລັດ

ສິ່ງສຳຄັນໃນການດຳເນີນທຸລະກິດຫຼັກກໍຄື ທິມງານ ເຊິ່ງເປັນສິ່ງທີ່ສຳຄັນ ເພາະການດຳເນີນທຸລະກດ ກໍຕ້ອງການທີມງານທີ່ມີຄຸນະພາບ , ມີຄວາມຄິດສ້າງສັນ ເຊິ່ງກໍບໍ່ແມ່ນເລື່ອງທີ່ງ່າຍເລີຍທີ່ຈະໄດ້ທິມງານທີ່ດີແບບນີ້. ສະນັ້ນ ກົນລະຍຸດທີ່ສຳຄັນຂອງບໍລິສັດກໍຄື ທີມງານ

CVCONNECT: ໃຫ້ຍົກຕົວຢ່າງອຸປະສັກທີ່ພົບພໍ້ກ່ຽວກັບວຽກບໍລິສັດ

ອຸປະສັກຫຼັກໆທີ່ພົບພໍ້ມີຄຶ:

   1.ສ່ວນໃຫຍ່ແມ່ນເລື່ອງບຸກຄະລາກອນ ໂດຍສະເພາະຂະແໜ່ງການທ່ອງທ່ຽວທີ່ບຸກຄະລາກອນຍັງຂາດປະສົບການໃນການເຮັດວຽກຕົວຈິງ ເມື່ອເຂົ້າມາເຮັດວຽກຕ້ອງໄດ້ມີການຝຶກສອນເປັນເວລາດົນຈຶ່ງສາມາດເຮັດວຽກຕົວຈິງໄດ້

    2. ນະໂຍບາຍຂອງພາກລັດທີ່ຍັງບໍ່ຊັດເຈນ, ແຫຼ່ງທ່ອງທ່ຽວທີ່ຖືກພັດທະນາ ສ່ວນໃຫຍ່ມັກຈະບໍ່ຍາວນານ ເນື່ອງຈາກຂາດການວາງແຜນພັດທະນາໃນໄລຍະຍາວ, ເຊິ່ງຄວນເບິ່ງວ່າຈຸດໃດຄວນຮັກສາ ແລະ ຈຸດໃດຄວນພັດທະນາ

6. ໃນອະນາຄົດມີການວາງແຜນ ຫຼື ມີຄວາມຄາດຫວັງແນວໃດ?

ໃນອະນາຄົດຈະມີພັດທະນາໃນຫຼາຍໆດ້ານບໍວ່າຈະເປັນການທ່ອງທ່ຽວແລະຮັກສາແຫຼ່ງທ່ອງທ່ຽວ  ເພື່ອໃຫ້ບໍລິສັດມີສ່ວນຮ່ວມເຂົ້າໃນການວາງແຜນໃນການພັດທະນາຈຸດທີ່ເປັນຈຸດເດັ່ນຂອງປະເທດລາວເຮົາ ໃນດ້ານຮ້ານອາຫານ, ໂຮງແຮມ ແລະການທ່ອງທ່ຽວ. ຢາກເປັນໜຶ່ງບໍລິສັດທີ່ມີສ່ວນຮ່ວມໃນການຂັບເຄື່ອ ນການພັດທະນາການທ່ອງທ່ຽວຂອງປະເທດລາວ.

Tags: #ອິນທິລາ ກຣຸບ #Zamba Xayoh #ຮ້ານອາຫານຂອບໃຈເດີ້ #Green discovery #Global Art #Inthira #Suntara #ທ່ານ ອິນທີ ເດືອນສະຫວັນ #ຜຸ້ອຳນວຍການ ບໍລິສັດ ອິນທິລາ ກຣຸບ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now